Songtexte.com Drucklogo

L.O.V.E. Songtext
von L.O.V.E.

L.O.V.E. Songtext

ເຄີຍມີອາລົມນີ້ບໍ່ ເວລາທີ່ມີໃຜໃນໃຈແລ້ວບໍ່ກ້າບອກ
ເພາະຢ້ານຄຳຕອບມັນຈະທຳຮ້າຍໃຈ

ເກັບໄວ້ໃນໃຈຈົນໜັກ ຢາກໃຫ້ເຈົ້າຮູ້ວ່າຂ້ອຍນັ້ນມີຮັກ
ໃຫ້ເຈົ້າຄົນດຽວ ຈະຕ້ອງທຳຢ່າງໃດ

ໃຜຕໍ່ໃຜກໍ່ບອກໃຫ້ເຮົາບອກໄປ
ບອກຮັກເທົ່ານັ້ນມັນຈະຍາກບ່ອນໃດ
ຫາກເຈົ້າມີໃຈກໍ່ຄົງຈະດີ ແຕ່ຖ້າເຈົ້າບໍ່ສົນໃຈ
ແລະຂ້ອຍຈະທຳຢ່າງໃດດີ


ຢາກໃຫ້ຮູ້ແຕ່ບໍ່ກ້າບອກ ຢາກຈະບອກອອກໄປ ແຕ່ມັນເວົ້າບໍ່ອອກ
ເພາະຢ້ານຄຳຕອບຈະບໍ່ຕົງກັບສິ່ງທີ່ຕ້ອງການຟັງ
ເລີຍຕ້ອງເກັບໄວ້ໃນໃຈແບບນີ້
ຄວາມອຶດອັດໃຈມັນເພີ່ມຂຶ້ນທຸກທີ່
ບອກຮັກແລະມັນບໍ່ງ່າຍ ຢ້ານທີ່ໃຜກໍ່ຄິດກັນ

ຫາກການບອກຮັກມັນເປັນເລື່ອງງ່າຍໆ
ຫາກເປັນແບບນັ້ນມັນກໍ່ຄົງສະບາຍ
ຫາກຂ້ອຍບໍ່ສົນໃຈ ບໍ່ເຄີຍຄຳຕອບວ່າຈະເປັນຢ່າງໃດ

ຖ້າເຈົ້າບໍ່ຮັກ ກໍ່ຄົງແລ້ວໄປ
ຖ້າເຈົ້າບໍ່ສົນໃຈ ຂ້ອຍຄົງບໍ່ເສຍໃຈ
ແຕ່ມັນບໍ່ເປັນຢາງນັ້ນ ຮູ້ບໍ່ຂ້ອຍມີຄວາມຫວັງ ແລະຢາກໃຫ້ເຈົ້ານັ້ນຮັກ

ຖ້າບອກຮັກ ນັ້ນມັນເວົ້າງ່າຍ ກໍ່ຄົງບອກໄປ ຕັ້ງແຕ່ວັນທີ່ພົບກັນ

Songtext kommentieren

Log dich ein um einen Eintrag zu schreiben.
Schreibe den ersten Kommentar!

Ähnliche Artists

Quiz
Welcher Song ist nicht von Britney Spears?

Fans

»L.O.V.E.« gefällt bisher niemandem.